
發表時間:2016-04-25 16:38:23
ອົງການພັດທະນາສາກົນຂອງສະຫະລັດ ຫຼື USAID ໄດ້ປະກາດຄູ່ຮ່ວມພັດທະນາໃໝ່ ຈຳນວນ 12 ມະຫາວິທະຍາໄລແລະສະຖາບັນອາຊີວະສຶກສາ ທີ່ມີຊື່ສຽງໃນຂົງເຂດລຸ່ມ ແມ່ນໍ້າຂອງເພື່ອໃຫ້ນັກສຶກສາໄດ້ຮັບການຝຶກຝົນທັກສະທີ່ຈຳເປັນໃນການເຮັດວຽກ.
ບັນດາສະຖາບັນ ທີ່ໄດ້ຮັບການຄັດເລືອກ ໃນການແຂ່ງຂັນເຂົ້າຮ່ວມໂຄງການ ເຊື່ອມຕໍ່ ແມ່ນໍ້າຂອງຜ່ານການສືກສາແລະຝຶກອົບຮົມຫຼື USAID COMET ຈະສ້າງເຄື່ອຂ່າຍຂອງ ສູນຮຽນຮູ້ແມ່ນໍ້າຂອງ ໃນສະຖາບັນຂອງພວກເຂົາເຈົ້າ. ສະຖາບັນແລະມະຫາວິທະຍາໄລເຫຼົ່ານີ້ແມ່ນປະກອບດ້ວຍ.
ມະຫາວິທະຍາໄລເຕັກໂນໂລຈີ Yatanarpon Cyber ໃນມຽນມາ. ສະຖາບັນເຕັກໂນໂລຈີກຳປູເຈຍ.
ມະຫາວິທະຍະໄລເອເຊຍຕາເວັນອອກສຽງໃຕ້ ໃນກຳປູເຈຍ.
ມະຫາວິທະຍາໄລແຫ່ງຊາດ ສປປ ລາວ.
ສະຖາບັນທ່ອງທ່ຽວ ແລະໂຮງແຮມແຫ່ງຊາດ ຂອງ ສປປ ລາວ.
ມະຫາວິທະຍາໄລມະທີດົນ ຂອງໄທ.
ວິທະຍາໄລເຕັກນິກມາບຕະພຸດ ຂອງໄທ.
ມະຫາວິທະຍາໄລເຕັກໂນໂລຈີ ແລະການສຶກສາໂຮຈີມິນ ຂອງຫວຽດນາມ.
ມະຫາວິທະຍາໄລເສດຖະສາດ ໃນຫວຽດນາມ.
ມະຫາວິທະຍາໄລດານັງ ໃນຫວຽດນາມ.
ມະຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຈີຮ່າໂນ້ຍ ຂອງຫວຽດນາມ.
ວິທະຍາໄລອຸດສາຫະກຳເຫວ້ ໃນຫວຽດນາມ.
anna 於 2016-04-25 16:38:23 修改文章內容

發表時間:2025-05-17 00:55:04